ທ່ານ ດວນ ແກ້ວພະລິຈັນ ໃຫ້ສໍາພາດວ່າ: ບໍລິສັດສະຕາໂທລະຄົມ ສາຂາແຂວງເຊກອງ ໄດ້ຈັດຂະບວນລົດແຫ່ ເພື່ອເປັນການເປີດບໍລິການໃໝ່ ຂອງຢູນີເທວ ຂົນສົ່ງດ່ວນ, ນີ້ແມ່ນບາດກ້າວສຳຄັນຂອງ Unitel Logistics ໃນການນຳສົ່ງບໍລິການ ຮັບ-ສົ່ງຮອດໜ້າບ້ານ (Door to Door) ເຂົ້າເຖິງທຸກພື້ນທີ່ ດ້ວຍລົດຕຸກຕຸກ ໄຟຟ້າ ທີ່ທັນສະໄໝ, ຊ່ວຍໃຫ້ລູກຄ້າ ປອດໄພຫຼາຍຂຶ້ນ, ປະຢັດເວລາ ແລະ ປະຢັດຄ່າໃຊ້ຈ່າຍ, ຊຶ່ງຂົນສົ່ງດ່ວນຂອງພວກເຮົາເປັນຂົນສົ່ງໜຶ່ງທີ່ຫາກໍເປີດຢ່າງເປັນທາງການໃນທ້າຍປີ 2025.

ສໍາລັບການຈັດຂະບວນລົດແຫ່ໃນມື້ນີ້, ກໍເພື່ອເປັນການສ້າງຂະບວນການໃຫ້ພໍ່ແມ່ປະຊາຊົນ ໃນທົ່ວແຂວງເຊກອງ ໄດ້ຮັບຮູ້ກ່ຽວກັບຜະລິດຕະພັນໃໝ່ ຂອງຢູນີເທວ ຊຶ່ງເປັນຂົນສົ່ງທີ່ວ່ອງໄວ ທັນໃຈ, ຊຶ່ງມີ 900 ກວ່າຕົວແທນ ໃນທົ່ວປະເທດ, ສໍາລັບສາຂາແຂວງເຊກອງ ມີ 12 ຕົວແທນ ແລະ 4 ສູນການຕະຫຼາດ ຢູ່ 4 ເມືອງ. ໃນນັ້ນ, ເມືອງລະມາມ ມີ 6 ຕົວແທນ, ເມືອງທ່າແຕງ ມີ 4 ຕົວແທນ ແລະ ເມືອງດາກຈຶງ ມີ 2 ຕົວແທນ.

ທ່ານ ດວນ ແກ້ວພະລິຈັນ ໄດ້ເຊີນຊວນພໍ່ແມ່ປະຊາຊົນຊາວແຂວງເຊກອງ ໃຫ້ມາເປີດໃຈ ທົດລອງນໍາໃຊ້ບໍລິການ ຢູນີເທວ ໂລຈິສຕິກ, ພ້ອມກັບໂປຣໂມຊັນສຸດພິເສດເຊັ່ນ: ຄ່າຝາກເຄື່ອງລາຄາເລີ່ມຕົ້ນ 6,000 ກີບຕໍ່ບິນ, ເກັບເງິນປາຍທາງ COD ຟຣີ, ບໍລິການຮັບ-ສົ່ງຮອດໜ້າບ້ານ, ຟຣີຄ່າທໍານຽມຮັບເງິນ COD ເຂົ້າ U-Money, ຮັບສ່ວນຫຼຸດ 2.000 ກີບທຸກບິນ ເຖິງວັນທີ 31 ມີນາ 2026.

ຈຸດທີ່ນ່າສົນໃຈດ້ານ ເຕັກໂນໂລຊີ ຄື ບໍລິການມີ ການຄຸ້ມຄອງເປັນລະບົບ KPI, ມີຟັງຊັ່ນ ຊອກຫາຈຸດບໍລິການ, ຕິດຕາມການຂົນສົ່ງແບບ Realtime ແລະ ລະບົບກວດສອບພັດສະດຸຜ່ານແອັບ, ເນັ້ນການຂົນສົ່ງໃຫ້ວ່ອງໄວ, ທັນໃຈ ແລະ ປະຢັດເວລາ.

ຂ່າວ: ພຸດທະສອນ

ເບິ່ງບົດຄວາມຕົ້ນສະບັບ Pasaxon